2/22/2014

ວິຊາ ການເມືອງ2

ວິຊາ: ການເມືອງ2
ບົດທີ 4
ການເງິນ,ການທະນາຄານ ແລະ ການຄ້າ.

1. ການເງິນ.
1.1.    ຄວາມໝາຍຂອງການເງິນ.
ການເງຶນ ແມ່ຍມາດຕະເກນໜື່ງ ໃນປະຫວັດສາດຂອງພື້ນຖານເສດຖະກິດສິນຄ້າ,ບໍ່ວ່າຢູ່ໃນສັງຄົມ ໃດໆ  ໃມເມື່ອມີການຜະລິດສິນຄ້າ ກໍຕ້ອງມີການເງິນ.
ຖ້າຫາກນະໂຍບາຍການເງິນຫາກສອດຄ່ອງ ແລະ ການຄຸ້ມຄອງຖືກຕ້ອງຈະເຮັດໃຫ້ລະບົບເສດຖະກິດ

ຂະຫຍາຍຕົວ ແລະ ໝັ້ນຄົງ ຕໍ່ກັບການພັດຖະນາເສດຖະກິດຮອງປະເທດຊາດ.
1.2.    ລະບົບຂອງການເງິນ ແມ່ນສາຍໃຍຂອງການຈັດຕັ້ງທາງດ້ານການເງິນແຕ່ສູນກາງ ລົງເຖິງທ່ອງຖິ່ນ. ຮາກຖານເສດຖະກິດເຊີ່ງປະກອບມີ 4 ພາກສ່ວນຄື:
ການເງິນຂອງຫົວໜ່ວຍເສດຖະກິດຮາກຖານ: ແມ່ນການເງິນຂອງບັນດາໂຮງຈັກ, ໂຮງງານລັດວິສາຫະ ກິດ, ສະຫະກອນ ແລະ ອື່ນໆ. ຫົວໜ່ວຍເສດຖະກິດເຫຼົ່ານັ້ນເປັນຜູ້ຜະລິດສິ່ງຂອງໃຫ້ສັງຄົມ, ບັນດາ ຫົວໜ່ວຍເສດຖະກິດຮາກຖານດິ່ງກ່າວຈຳເປັນຕ້ອງມີການເງິນຂອງຕົນເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວ ແລະ ປະຕິບັດພັນທະຂອງຕົນເອງ. ໜ້າທີ່ຂອງການເງິນແມ່ນຮັບປະກັນຄວາມຕ້ອງການທາງ ດ້ານທືນຮອນໃຫ້ແກ່ການຜະລິດ ຖູລະກິດ ແລະຮັບປະກັນການນຳໃຊ້ທິນຢ່າງສົມເຫດສົມຜົນ.
. ງົບປະມານແຫ່ງລັດ: ແມ່ນໝາຍເຖິງແຜ່ນການການເງິນຂອງລັດ, ແຜນການເງິນຂອງລັດຖະບານໝາຍ ເຖິງຈຳນວນກິດຈະການລາຍຈ່າຍ,ຈຳນວນແຫຼ່ງທີ່ມີລາຍຮັບໃນລາຍຍະເວລາໜຶ່ງປີ.
ຕົວຢ່າງ: ລາຍຈ່າຍຂອງລັດຖະບານມີດັ່ງນີ້:
ລາຍຂ່າຍເພື່ອພັດຖະນາເສດຖະກິດ - ສັງຄົມ.
ລາຍຈ່າຍເພືອບໍລິຫານງານ ແລະ ປ້ອງກັນປະເທດ.
ລາຍຈ່າຍເພື່ອໃຊ້ໜີ້, ປະກັນໄພເພີ່ມເຕີມ ແລະ ແຮສຸກເສີນ.
ຕົວຢ່າງ:
ຮັບຈາກບັນດາໂຮງຈັກ, ໂຮງງານ.
ຮັບຈາກຜູ້ມາລົງທຶນ, ການກູ້ຢືມ, ຊ່ວຍເຫຼືອຈາກຕ່າງປະເທດ ແລະ ບັນຫາອື່ນໆ
1.3. ບົດບາດຕົ້ນຕໍ່ຂອງການເງິນ:
ການເງິນກຳເນີດຂຶ້ນ ແມ່ນຍ້ອນການຜະລິດ ແລະ ການແຈກຢາຍສິນຄ້າດັ່ງນັ້ນການເງິນຈິ່ງມີບົດບາດ ສຳຄັນດັ່ງນີ້:
1.3.1. ແຈກຢາຍ ແລະ ແຈກຢາຍຄືນໃໝ່ຂອງລາຍຮັບແຫ່ງຊາດິ. ເນື້ອແທ້ຂອງລະບົບການເງິນ ແມ່ນງົບປະມານຂອງລັດ, ໝາຍຄວາມວ່າການແຈກຢາຍຂອງລາຍຈ່າຍຂອງລັດຖະ ບານໃນຮູບການ ຂອງງົບປະມານປະຈຳປີເຊິ່ງແຈກຢາຍຕາມລັກສະນະເນື້ອໃນເຊັ່ນ:

-   ແຈກຢາຍເພື່ອພັດທະນາເສດຖະກິດແຫ່ງຊາດ.
-   ແຈກຢາຍເພື່ອພັດທະນາການສຶກສາ.
-    ແຈກຢາຍເພື່ອ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.
-    ແຈກຢາຍເພື່ອ ບໍລິຫານງານ ແລະ ຊຳລະບັນດາໜີ້ສິນຕ່າງໆ.

-    ແຈກຢາຍເພື່ອ ຄວາມສະຖຽນລະພາບແຫ່ງຊາດ.
1.3.2  ຄຸ້ມຄອງ ແລະ ກວດກາການເຄື່ອນໄຫວຂອງບັນດາຫົວໜ່ວຍຖຸລະກິດການຜະລິດ ແລະ ຈໍລະຈອນ
ຍ້ອນການເງິນມີໝ້າທີ່ແຈກຢາຍ, ສະນັ້ນການເງິນມີໝ້າທີ່ກວດກາສະພາບກາຍຜະລິດໃນແຕ່ລະຫົວ
ໜ່ວຍການຜະລິດວ່າຈະຖືກຕ້ອງຕາມວັດຖຸປະສົງຂອງແຜນການ ແລະ ສັງຄົມ ຫຼື ບໍ່, ພະນັກງານການ
ເງິນທີ່ປະຈຳແຕ່ລະຫົວໜ່ວຍເສດຖະກິດມີໜ້າທີ່ຕິດຕາມ, ໃຫ້ຄຳປຶກສາ ແລະ ລາຍງານໃຫ້ຂັ້ນເທິງ   ເປັນ. ປົກກະຕິ
ເພື່ອໃຫ້ໃຊ້ຈ່າຍເງິນຖີກຕ້ອງກັບງົບປະມານປະຈຳປີ. ລວມຄວາມວ່າ: ເງິນແມ່ນວັດຖຸ
ພິເສດທີ່ເປັນສື່ກາງຂອງການຊື່ຂາຍສິນຄ້າ ແລະ ເປັນສັບສົມບັດໃນການສຳລະໜີ້ສິນຕ່າງໆ, ການເງິນ
ແມ່ນລະບົບກົນໄກແຫ່ງການແຈກຢາຍໃຊ້ຈ່າຍໃນສັງຄົມ ແລະ ແຈກຢາຍຄືນໃໝ່. ຂອງລາຍໄດ້ແຫ່ງ ຊາດ
ເພື່ອໃຫ້ທຸກບັນດາອົງການຈັດຕັ້ງໃນສັງຄົມມີການເຄື່ອນໄຫວເປັນປົກກະຕິ ແລະ ມີຄວາມສະ
ຖຽນລະພາບໃນສັງຄົມໃຫ້ທົ່ວເຖິງ.
2. ທະນະຄານ

2.1.  ທະນະຄານ
ທະນະຄານມີໝາຍ: ມາຈາກພາສາອັງກິດວ່າ:
ສະນັ້ນທະຄານແມ່ນສະຖານບັນການເງິນທີ່ເຮັດໜ້າທີ່ຊື້ ແລະ ແລກປ່ຽນ ໃນລະບົບເສດຖະກິດ.ມີ 2 ປະເພດຄື:
ທະນະຄານກາງ
ທະນະຄານທຸລະກິດ
ທະນະຄານກາງ ແມ່ນທະນະຄານຂອງລັດທີ່ເຮັດໜ້າທີ່ຄຸ້ມຄອງການເງິນ ແຫ່ງຊາດ. ແລະ
ກວດກາການເຄື່ອນໄຫວຂອງບັນດາທະນະຄານທຸລະກິດ.
ທະນະຄານທຸລະກິດ ແມ່ນທະນະຄານທີ່ດຳເນີນທຸລະກິດ, ຮັບເງິນ, ຝາກເງິນ, ກູ້ເງິນ ແລະ
ໃຫ້ສີ້ນເຊື້ອແກ່ບັນດາຫົວໜ່ວຍທຸລະກິດຕ່າງໆ.
2.2.  ບົດບາດ ແລະ ໜ້າທີ່ຂອງທະນະຄານ
2.2.1 ທະນະຄານກາງ
ບົດບາດ
ຊື່ຂອງທະນະຄານກາງຂອງແຕ່ລະປະເທດບໍ່ຄືກັນ, ສຳລັບ ລາວ ທະນະຄານກາງເອີ້ນວ່າ: ທະນະຄານແຫ່ງ ລາວ ເຊິ່ງມີບົດບາດສຳຄັນດັ່ງນີ້:
ພິມຈຳໜ່າຍທະນະບັດ ( ເງິນເຈ້ຍ ) ຕາມການມອບຂອງລັດທະບານ, ເຮັດໜ້າທີ່ຈັດຕັ້ງການຈໍລະ ຈອນເງິນ ແລະ ສິນຄ້າ ເພື່ອໃຫ້ສິນຄ້າ ແລະ ເງິນດຸ່ນດຽງກັນ.
ຄຸ້ມຄອງເງິນສົດ, ຄຸ້ມຄອງົບປະມານແຫ່ງລັດ ແລະ ກວດກາຄັງເງິນເດືອນ.
ລະດົມໃຫ້ມີການກູ້ຢືມເງິນ, ຝາກເງິນ, ຈັດຕັ້ງ ແລະ ສຳລະສະສາງບັນຊີເງິນກູ້, ເງິນຝາກ.
ຄຸ້ມຄອງເງິນຕາຕ່າງປະເທດ, ເງີນສົດ, ຄຳ, ແຮ່ທາ, ເພັດພອຍ ແລະ ສິ່ງຂອງມີຄ່າອື່ນໆຂອງຊາດ.
ພະລະບົດບາດຂອງທະນະຄານແຫ່ງ ລາວ ມີຄື:
ເປັນເສນາທິການ
ໃຫ້ແກ່ລັດທະບານໃນການຄຸ້ມຄອງຂັ້ນມະຫາພາກທາງດ້ານການເງິນໃຫ້ສິນເຊື່ອທາງທະນະຄານ ໃນຂອບເຂດທົ່ວປະເທດ.
ສົ່ງເສີມ ແລະ ປົກປັກຮັກສາຄວາມສະຖຽນ ລະພາບຂອງເງິນກີບ ຕໍ່ພາຍໃນ ແລະ ຕ່າງປະເທດ.
ຍົກສູງປະສິດທິຜົນ ກົນໄກການສຳລະ ແລະ ຖານະການສຳລະໜີ້ ຂອງລະບົບທະນະຄານ.
ສົ່ງເສີມ ແລະອຳນວຍຄວາມຄວບຄຸ້ມການເຄື່ອນໄຫວຂອງເງິນ ເພື່ອຮັບໃຊ້ແຜ່ນພັດທະນາເສດ ຖະກິດ 
ສັງຄົມຂອງ   ລາວ.
ໜ້າທີ່.
ຄຸ້ມູຄອງ ແລະ ກວດກາຂອງທະນະຄານທຸລະກິດ, ສະຖາບັນການເງິນທີ່ຂຶ້ນກັບຕົ້ນເອງຮັບປະກັນ ຄວາມໝັ້ນຄົງ ຂອງລະບົບທະນະຄານໃຫ້ເປັນປົກກະຕິ.
ຮັກສາ ແລະ ຄຸ້ມຄອງຄັງສຳຮອງເງິນຕາຕ່າງປະເທດຂອງລັດທະບານ.
ລວບລວມບັນດາຂໍ້ມູນ ຂ່າວສານຈາກບຸກຄົນທີ່ກ່ຽວຂ່ອງ, ວິໃຈ ແລະ ຄາດເນກ່ຽວກັບວຽກງານ ທະນະຄານ.
3. ການຄ້າ ແລະ ຄວາມໝາຍຂອງການຄ້າ.
1.  ຄວາມໝາຍ.

ການຄ້າແມ່ນຮູບການຈຳໜ່າຍສິນຄ້າອອກຮັບໃຊ້ສັງຄົມ,ເຊິ່ງເປັນຂົວຕໍ່ລະຫວ່າງການຜະລິດ ແລະການນຳໃຊ້.
2.  ບົດບາດຂອງການຄ້າ.

ແມ່ນມີບົດບາດສຳຄັນຫຼາຍໃນການທັບມ້າງຂອບເຂດອັນຄັບແຄບຂອງການຜະລິດແບບສັກດີນາ ມ້າງເພການຜະລິດແບບກະແຈກກະຈາຍ,ລ່າຫຼັງແລະເອກະເທດທັງເປັນການປະກອບສ່ວນເຂົ້າໃນການສ້າງພື້ນຖານ
ການຜະລິດໃຫຍ່.
3.  ໜ້າທີ່ຂອງການຄ້າ.
. ຮັບໃຊ້ແລະຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ,ການຄ້າສະໜອງພາຫະນະການຜະລິດຕາມຄວາມ ຕ້ອງການຂອງສັງຄົມທັງປະກອບສ່ວນການກະຕຸກຊຸກຍູ້ການດັດແປງເຄື່ອງມືການຜະລິດ ແລະ ການ ແກ້ໄຂບັນຫາຕ່າງໆ ທີ່ເກີດຂື້ນໃນສັງຄົມ.
. ການຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ.
ການຄ້າມີຄຸນປະໂຫຍດອັນຍິ່ງໃຫຍ່ໃນການຕອບສະໜອງຄວາມຕ້ອງການຂອງປະຊາຊົນໃນການປົວ ແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນເທື່ອລະກ້າວ ແລະຮັບປະກັນການຜະລິດ,ເຊິ່ງເປັນປັດໃຈ ພື້ນຖານໃນການແກ້ໄຂຊີວິດການເປັນຢູ່ເຊິ່ງສະແດງອອກຄື: ການຄ້າສ້າງເງື່ອນໄຂໃນການຊອກຮູ້ ຄວາມຕ້ອງການຂອງປະຊາຊົນໃນແຕ່ລະທ້ອງຖິ່ນ, ການຄ້າບໍ່ພຽງແຕ່ສະໜອງຄວາມຕ້ອງການຂອງຜູ້
ຊົມໃຊ້ເທົ່ານັ້ນແຕ່ຫາກມີຄຸນປະໂຫຍດຢ່າງຕັ້ງໜ້າ ແລະ ຈຳກັດການໃຊ້ສອຍແບບຟຸ້ມເຟືອຍ.
. ການປະກອບສ່ວນການປະຕິບັດໃນການແຈກຢາຍຢ່າງສົມເຫດສົມຜົນ.

ການຄ້າແມ່ນຂອດລະຫວ່າງກາງຂອງການຜະລິດ ແລະ ການໃຊ້ສອຍມີການພົວພັນລະຫວ່າງໃນຂົງ ເຂດເສດຖະກິດຕ່າງໆຂອງການຈໍລະຈອນສິນຄ້າທີ່ມີການຈັດຕັ້ງ ແລະ ມີແຜນການ.
*      ບົດບາດ ແລະ ໜ້າທີ່ຂອງການຄ້າຕ່ງປະເທດມີ 2 ຢ່າງຄື: ການສົ່ງສິນຄ້າອອກແລະສິນຄ້າເຂົ້າ
-      ການສົ່ງສິນຄ້າອອກ: ແມ່ນຊ່ວຍໃຫ້ມີເງິນຕາຕ່າງປະເທດສຳລັບຊື້ສິນຄ້າ ແລະ ບໍລິການທີ່ນຳເຂົ້າ ຈາກຕ່າງປະເທດ,ຊ່ວຍຊຸກຍູ້ຂະບວນວິວັດການຜະລິດຂອງສິນຄ້າ ແລະ ບໍລິການສິນຄ້າທີ່ນຳເຂົ້າ
ຈາກຕ່າງປະເທດ,ຊ່ວຍສຸກດັນການຄ້າພາຍໃນໃຫ້ຂະຫຍາຍຕົວໄວຊ່ວຍໃຫ້ມີການດັດແປງບັນດາປັດໃຈຂອງການຜະລິດໃຫ້ມີປະສິດທິພາບ ແລະ ສ້າງໂອກາດໃຫ້ມີການຈ້າງງານຢູ່ພາຍໃນປະເທດ ໃຫ້ຫຼາຍຂື້ນຊ່ວຍຫຼຸດບັນດາການຂາດດຸ່ນທາງດ້ານການຄ້າແລະຂາດດຸນການສຳລະເງິນເຊິ່ງມີຜົນ ກະທົບໂດຍກົງ ຕໍ່ການສະຖຽນລະພາບຂອງເງິນຕາຊ່ວຍເພີ່ມລາຍໄດ້ແກ່ລັດຖະບານໃນຮູບອັດຕາ
ພາສີ ແລະຄ່າທຳນຽມໃນການສົ່ງອອກຂອງສິນຄ້າ
-      ການນຳເຂົ້າຂອງສິນຄ້າ: ເຊິ່ງຊ່ວຍໃກ້ປະຊາຊົນມີສິນຄ້າເພື່ອຈຳນ່າຍຕາມຄວາມຕ້ອງການມີໂອ
ກາດໄດ້ບໍລິໂພກສິນຄ້າທີ່ມີລາຄາເໝາະສົມ ແລະມີຄຸນນະພາບສູງ.
ຊ່ວຍໃຫ້ມີສິນຄ້າວັດຖຸດິບທີ່ເຫັນວ່າມີການຈຳເປັນແກ່ການພັດທະນາປະເທດຊາດໂດຍສະເພາະ ແມ່ນປະເທດທີ່ກຳລັງພັດທະນາ ເຊິ່ງຊ່ວຍໃຫ້ໄດ້ຮັບການຖ່າຍທອດ ແລະ ຮຽນຮູ້ເຕັກໂນໂລຊີ ທາງດ້ານຄວາມຮູ້ດ້ານວິຊາການຕ່າງໆເຊິ່ງຊ່ວຍເພີມລາຍໄດ້ແກ່ລັດຖະບານໃນຮູບອັດຕາພາສີ ແລະ ຄ່າທຳນຽມທາງການຄ້າ.
4.  ນະໂຍບາຍການຄ້າຂອງ ສປປ ລາວ.
. ນະໂຍບາຍການຄ້າພາຍໃນ.
ສົ່ງເສີມແລະປົກປ້ອງການຜະລິດພາຍໃນ.ຊຸກຍູ້ການບໍລິການໄປສູ່ຊົນນະບົດ,ເພີ່ມທະວີການຄຸ້ມ ຄອງຕະຫຼາດ
ນຳໃຊ້ທຸກໆ.
ພາກສ່ວນທຸລະກິດທີ່ດຳເນີນທຸລະກິດທາງການຄ້າຢ່າງກ້ວາງຂວາງສົ່ງເສີມ ແລະ ປົກປ້ອງຢ່າງແຂງແຮງ
ຕໍ່ການຄ້າເອກະຊົນເປັນຕົ້ນແມ່ນການຄ້ານ້ອຍພ້ອມດຽວກັນນັ້ນກໍ່ເກັບຊື້ການຜະລິດຕະພັນຕ່າງໆຂອງປະຊາຊົນຈັດຕັ້ງແລະບໍລິຫານໃຫ້ດີ ແລະ ຮັບປະກັນການນນຳເຂົ້າ ແລະສົ່ງອອກ.
-      ເອົາໃຈໃສ່ໃນການກໍ່ສ້າງ ແລະ ບຳລຸງຖັນແຖວພະນັກງານລັດຖະກອນໃນຂະແໜງການຄ້າ.
. ນະໂຍບາຍການຄ້າຕ່າງປະເທດ.
ເປີດກວ້າງການຄ້າກັບຕ່າງປະເທດ ການຄ້າຜ່ານແດນ ແລະການຄາປອດພາສີໃນຈຸດທີ່ມີເງື່ອນໄຂ, ປຶກສາຫາລືກັບປະເທດໃກ້ຄຽງກ່ຽວກັບການຍົກລະດັບດ່ານຊາຍແດນໃຫ້ເປັນດ່ານສາກົນ.
ສົ່ງເສີມການຜະລິດສິນຄ້າເພື່ອສົ່ງອອກບ່ອນທີ່ມີທ່າແຮງ.
ຈຳກັດ ແລະ ຫຼຸດຜ່ອນການນຳເຂົ້າຂອງປະເພດສິນຄ້າທີ່ມີຄວາມສາມາດຜະລິດພາຍໃນປະເທດ ແລະມີນະໂຍບາຍສົ່ງເສີມການຄ້າຂອງປະຊາຊົນ.

ເປີດກວ້າງການຊຸກຍູ້ການທ່ອງທ່ຽວ.
ຄຳຖາມ
1.    ການເງິນມີຄວາມໝາຍຄືແນວໃດ ?
2.    ການຄ້າແມ່ນຫຍັງ ? ການຄ້າມີບົດບາດແນວໃດ ?


No comments :

Post a Comment