2/22/2014

ວິຊາ ການເມືອງ2

ວິຊາ: ການເມືອງ2
ບົດທີ 3
ສິນຄ້າ ແລະ ກົດເກນມູນຄ່າ.

1. ສິນຄ້າແມ່ນຫຍັງ?
ສິນຄ້າແມ່ນການຜະລິດຕະພັນຂອງການອອກແຮງງານທີ່ສາມາດຕອບສະໜອງຄວາມຮຽກຮ້ອງຂອງ ຄົນໃນການໃຊ້ສອຍ, ໂດຍຜ່ານການແລກປ່ຽນ ແລະ ຊື້ຂາຍ.
.ການຜະລິດ.
ການຜະລິດສິນຄ້າແມ່ນການຜະລິດເພື່ອເອົາໄປຂາຍຫຼືແລກປ່ຽນ. ສ່ວນການຜະລິດໃຊ້ພໍກຸ້ມຕົນເອງ
ບໍ່ແມ່ນການຜະລິດສິນຄ້າ.

ຕົວຢ່າງ: ຊາວກະສິກອນປູກຜັກ,ໄດ້ນຳເອົາຜັກໄປຂາຍຢູ່ຕະຫຼາດການຜະລິດຄືແນວນັ້ນຈຶ່ງແມ່ນການ ຜະລິດສິນຄ້າ. ສ່ວນການຜະລິດພໍກຸ້ມກິນພາຍໃນຄອບຄົວເທົ່ານັ້ນບໍ່ເອີ້ນວ່າການຜະລິດສິນຄ້າ.
2.  ການດຳເນີດຂອງການຜະລິດສິນຄ້າ.
-    ການຜະລິດສິນຄ້າ ກຳເນີດຂື້ນດ້ວຍເງື່ອນໄຂດັ່ງນີ້:
+ ຍ້ອນມີການແບ່ງງານສັງຄົມ. ໃນສັງຄົມມີການແບ່ງງານ,ການຜະລິດກາຍເປັນວິຊາສະເພາະຜູ້ຜະລິດ
ໄດ້ຜະລິດບາງສະນິດເທົ່ານັ້ນແຕ່ຄວາມຮຽກຮ້ອງຕ້ອງການໃຊ້ສອຍ,ຂອງເຮົາພັດທະນາຫຼາຍດັ່ງນັ້ນຈຳ ເປັນຕ້ອງມີການແລກປ່ຽນນຳກັນ.

ຕົວຢ່າງ: ຜູ້ທີ1,ຜະລິດເກີບ,ຜູ້ທີ2ແມ່ນຜະລິດແຜ່ນແພ,ຜູ້ທີ3ຜະລິດເຂົ້າ,ທັງສາມຄົນນີ້ມາແລກປ່ຽນ ນຳກັນເພື່ອຄວາມຕ້ອງການຂອງເຂົາເຈົ້າ.
+ ຍ້ອນມີລະບອບກຳມະສິດເອກກະຊົນກ່ຽວກັບພາຫະນະການຜະລິດ. ມີຮູບກຳມະສິດທີ່ແຕກຕ່າງ
ກັນກ່ຽວກັບພາຫະນະການຜະລິດ, ຍ້ອນແນວນັ້ນຜົນການຜະລິດອອກມາຈິ່ງຂື້ນກັນສິດຄອບຄອງຜູ້ທີ່ ເປັນເຈົ້າຂອງໆການຜະລິດ.ດັ່ງນັ້ນເຂົາເຈົ້າຈຶ່ງນຳເອົາຜົນຜະລິດນັ້ນໄປແລກປ່ຽນນຳກັນ.

ຕົວຢ່າງ: ໃນໂຮງງນຜະລິດເຈ້ຍຜູ້ທີ່ຜະລິດມີສິດກ່ຽວກັບເຈົ້າຂອງໂຮງງານນັ້ນສ່ວນກຳມະກອນກໍ່ໄດ້ ແຕ່ເງິນເດືອນຫຼືເງິນຄ່າແຮງງານ.
3.  ຄຸນລັກສະນະຂອງສິນຄ້າ.
+ ສິນຄ້າມີຄຸນລັກສະນະປະຈຳຕົວ ສອງຢ່າງຄື:
. ຄຸນຄ່າໃຊ້ສອຍ:
ແມ່ນຄຸນປະໂຫຍດຂອງສິນຄ້າທີ່ສາມາດຕອບສະໜອງຄວາມຕ້ອງການໃດໜຶ່ງຂອງສັງຄົມລວມທັງ ຄວາມຕ້ອງການທາງດ້ານວັດຖຸ ແລະ ຈິດໃຈ.

ຄຸນຄ່າໃຊ້ສອຍແມ່ນຄຸນປະໂຫຍດຂອງວັດຖຸທີ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃດໜຶ່ງຂອງຄົນເຮົາ,ສ່ວນຄຸນຄ່າໃຊ້ສອຍຂອງສິນຄ້າແມ່ນມາດຕະເກນໜຶ່ງທີ່ຄົງຕົວຕະຫຼອດການ.ໂດຍຜ່ານ ຂະບວນວິວັດແຫ່ງການອອກແຮງງານ ຕົວຈິງ (ຮູບປະທຳ)
. ມູນຄ່າແລກປ່ຽນ.
ແມ່ນການສະແດງອອກເຖິງການພົວພັນທາງດ້ານປະລິມານ,ແມ່ນອັດຕາແລກປ່ຽນນຳກັນລະຫວ່າງສິນຄ້າທີ່ມີຄຸນຄ່າ
ໃຊ້ສອຍຕ່າງກັນ.

ຕົວຢ່າງ: ແພ1 ແມັດ ແລກເຂົ້າເປືອກ 4 ກິໂລ ເຂົ້າເປືອກ ແລະ ແພແມ່ນຜະລິດຕະພັນທີ່ມີຄຸນຄ່າໃຊ້ ສອຍຕ່າງກັນແຕ່ວ່າທັງສອງຢ່າງນັ້ນແມ່ນເກີດມາຈາກແຮງງານຈິ່ງສາມາດເອົາມາແລກປ່ຽນກັນໄດ້.
4.ກົດເກນມູນຄ່າ
4.1.    ກົດເກນມູນຄ່າແມ່ນກົດເກນເສດຖະກິດຂອງການຜະລິດ ແລະ ການແຈກຢາຍສິນຄ້າ,ມັນຄອບງຳ
ການຜະລິດ ແລະ ການແຈກຢາຍສິນຄ້າ.ກົດເກນມູນຄ່າມັນຮຽກຮ້ອງໃຫ້ມີການຜະລິດແລກປ່ຽນສິນ ຄ້າຕ້ອງດຳເນີດໄປບົນເພື້ອນຖານການສີ້ນເປື້ອງ. ແຮງງານຈຳເປັນໝາຍຄວາມວ່າການແລກປ່ຽນສິນຄ້າ ຕ້ອງອິງໃສ່ມູນຄ່າຂອງມັນ. ມູນຄ່າສະເພາະຂອງແຕ່ລະສິນຄ້າສອດຄ່ອງກັບມູນຄ່າສັງຄົມ,ຜູ້ຜະລິດ ແລະ ຜູ້ແລກປ່ຽນສິນຄ້າຈະມອງເຫັນການເຄື່ອນໄຫວຂອງກົດເກນມູນຄ່າໄດ້ກໍ່ຕໍ່ເມື່ອອີງໃສ່ການເພີມຂື້ນຫຼືຫຼຸດລົງນັ້ນແມ່ນຍ້ອນການກະທົບຂອງກົດເກນມູນຄ່າ. ກົດເກນການສະໜອງ ແລະ ຄວາມຕ້ອງການ

ກົດເກນການແກ້ງແຍ້ງ, ກົດເກນການແຈກຢາຍສີນຄ້າ - ເງິນຕາກົດເກນລາຄາ ແລະ ອື່ນໆ.
4.2.    ບົດບາດຂອງກົນເກນມູນຄ້າ.
. ດັດສົມການຜະລິດ ແລະການແຈກຢາຍສິນຄ້າ.

+ ກົດເກນມູນຄ່າດັດສົມການຜະລິດແມ່ນການຈັດວາງພາຫະນະການຜະລິດ ແລະ ກຳລັງແຮງງານເຂົ້າ ໃນຂະແໜ່ງການຕ່າງໆ ເພື່ອສ້າງການແກ້ໄຂຄວາມດຸ່ນດ່ຽງໃນລະດັບອັນແນ່ນອນຂອງພື້ນຖານເສດຖະ ກິດແຫ່ງຊາດ. ນອກນັ້ນມັນຍັງໄດ້ດັດສົມການຜັນປ່ຽນການຜະລິດແບບເກີດຂື້ນເອງໂດຍຜ່ານການ ເໜັງຕິງຂອງລາຄາຢູ່ທ້ອງຕະຫຼາດຕາມກົດເກນການສະໜອງ ແລະຄວາມຕ້ອງການ.ຜ່ານການເໜັງຕີງ ຂອງລາຄາສິນຄ້າຢູ່ທ້ອງຕະຫຼາດ,ກົດເກນມູນຄ່າປະຕິບັດບົດບາດຈັດວາງແຫຼ່ງສິນຄ້າໄປສູ່ບ່ອນຈຳ  ໜ່າຍຈາກສິນຄ້າບ່ອນລາຄາຕໍ່າໄປສູ່ບ່ອນລາຄາສູງຕາມກົດເກນການສະໜອງ ແລະ ຄວາມຕ້ອງການ.
4.3.    ຂະຫຍາຍກຳລັງການຜະລິດເປັນແບບວິທີການໜຶ່ງທີ່ມີຄວາມແຕກຕ່າງກັນການສີ້ນເປື້ອງແຮງງານ
ກໍ່ແຕກຕ່າງກັນແຕ່ວ່າສິນຄ້າທັງໝົດຕ້ອງຂາຍຢູ່ທ້ອງຕະຫຼາດຕາມມູນຄ່າຂອງສັງຄົມຖ້າຫາກມູນຄ່າ ຂອງສິນຄ້າໃດຫາກຕໍ່າກວ່າມູນຄ່າຂອງສັງຄົມແມ່ນຈະມີກຳໄລແລະມີທ່າດີໃນການແຂ່ງຂັນກັບຜູ້ອື່ນ
ກົງກັນຂ້າມທ່າຫາກມູນຄ່າຂອງສິນຄ້າໃດຫາກສູງກວ່າມູນຄ່າຂອງສັງຄົມຜູ້ນັ້ນຈະຂາດທຶນ.ເມື່ອເປັນ ເຊັ້ນນັ້ນຈຶ່ງຊອກຫາວິທີດັດແປງແກ້ໄຂທາງດ້ານເຕັກນິດຂອງລະບົບການຜະລິດເພື່ອໃຫ້ມູນຄ່າສະ

ເພາະສິນຄ້າຕໍ່າກວ່າມູນຄ່າຂອງສັງຄົມ.
ຄຳຖາມ
1. ສິນຄ້າແມ່ນຫຍັງ ?
2. ເງື່ອນໄຂກຳເນີດສິນຄ້າມີອັນໃດແດ່ ?
3. ກົດເກນມູນຄ່າມີເນື້ອໃນວ່າແນວໃດ ?

No comments :

Post a Comment