ວິຊາ: ສິ່ງແວດລ້ອມ
ສອນໂດຍ: ອາຈານ ຈັນລະຄອນ ກ້ອນພະຈັນ.
ບົດທີ 1
ຄວາມຮູ້ພື້ນຖານກ່ຽວກັບສິ່ງແວດລ້ອມ
l. ຄວາມສຳຄັນ,ຈຸດປະສົງ,ທີ່ຕັ້ງ.
1.1.ຄວາມສຳຄັນ.
ເນື່ອງຈາກວ່າສິ່ງແວດລ້ອມ. ໃນປັດຈຸບັນມີບັນຫາຂື້ນເລື້ອຍໆ ໂດຍສະເພາະໃນເມື່ອປະ
ຊາກອນ.ມີຈຳນວນເພີ່ມຂື້ນໄດ້ເຮັດໃຫ້ເພີ່ມຄວາມຕ້ອງການ. ປັດໃຈຕ່າງໆເພື່ອຕອບສະ ໜອງ.ການດຳລົງຊີວິດເຊັ່ນ: ອາຫານ,ເຄື່ອງໃຊ້ສອຍ,ທີ່ຢູ່ອາໃສ,ຢາປົວພະຍາດ,ເຄື່ອງນຸ່ງຫົ່ມ
ແລະສິ່ງຕ່າງໆ ດ້ານວິທະຍາສາດເຕັກໂນໂລຢີ,ພາຫະນະຮັບໃຊ້ທີ່ທັນສະໄໝຕ່າງໆຊຶ່ງປັດໃຈ
ຕ່າງໆເຫຼົ່ານັ້ນລ້ວນແຕ່ມີແຫຼ່ງກຳເນີດມາຈາກ.ສິ່ງແວດລ້ອມທຳມະຊາດຫຼືຊັບພະຍາກອນທຳມະຊາດທັງໝົດ.ເຊັ່ນ: ບໍ່ແຮ່,ປ່າໄມ້,ດິນ,ນ້ຳ,ອາກາດ,ແລະເຄື່ອງປ່າຂອງດົງ.ຫຼືຊີວະນາໆພັນ
ຕ່າງໆ ທີ່ມີກົດເກນການກຳເນີດຂອງມັນ. ມີປະລິມານແລະຄວາມສຳພັນເຊິ່ງກັນ ແລະ
ກັນ
ຢ່າງເປັນລະບົບລະບຽບ ແລະ
ລວມສູນເປັນອັນໜຶ່ງອັນດຽວອາໃສເຊິ່ງກັນ ແລະ
ກັນໃນ
ການຄົງຕົວ ແລະ
ຂະຫຍາຍຕົວ ຕາມສະຖານທີ່ແລະເວລາໃດໜຶ່ງຂອງມັນເຊິ່ງເອີ້ນວ່າ ນິເວດວິທະຍາ.
ທຳມະຊາດເປັນບໍ່ກຳເນີດເລີ່ມຕົ້ນທີ່ການຕອບສະໜອງຄວາມຕ້ອງການທາງດ້ານຈິດໃຈແລະ ວັດຖຸຂອງມະນຸດ ແລະ ສັງຄົມມະນຸດຂອງຄົນເຮົາໄດ້ອ້ອມຈອດດ້ວຍທຳມະຊາດ ແລະ
ມີຄວາມສຳຄັນຕໍ່ມະນຸດດ້ວຍຫຼາຍຢ່າງເຊັ່ນ: ການຜະລິດ,ວິທະຍາສາດ,ການແພດ, ການສຶກສາ ແລະ ສິລະປະ.
ຄວາມສຳຄັນທາງດ້ານການຜະລິດທີ່ຕໍ່ທຳມະຊາດ ເປັນຕົ້ນກຳເນີດແຫ່ງຄວາມຕ້ອງການ
ດ້ານວັດຖຸຂອງຄົນເຮົາ, ທຸກໆຜົນຜະລິດທີ່ຄົນເຮົາຕ້ອງການໃນທີ່ສຸດກໍ່ແມ່ນການນຳໃຊ້ຊັບ
ພະຍາກອນທຳມະຊາດເຊັ່ນ: ພືດ,ສັດ,ດິນ,ແຮ່ທາດ,ອາກາດ,ນ້ຳ,ຕາເວັນ,ຄວາມຮ້ອນໃຕ້ດິນ
ຄວາມສຳຄັນດ້ານວິທະຍາສາດທີ່ຕໍ່ກັບທຳມະຊາດໄດ້ເປັນຕົ້ນກຳເນີດທາງດ້ານຄວາມຮູ້
ວິທະຍາສາດ.ໃນການເຕີບໃຫຍ່ຂະຫຍາຍຕົວຂອງສາຂາວິທະຍາສາດຕ່າງໆ.
ຄວາມໝາຍຄວາມສຳຄັນດ້ານສຸຂະພາບທີ່ຕໍ່ໃນສະພາບທຳມະຊາດທີ່ດີ, ຕາມປົກກະຕິ
ແລ້ວເຊັ່ນ: ສະພາບອາກາດເຢືອກເຢັນ ແລະ
ຊົດຊື່ນໃນປ່າ. ນ້ຳທີ່ສະອາດຕາມແມ່ນ້ຳ ແລະ
ເຂດພູເຂົາ ບໍ່ນ້ຳຮ້ອນໄດ້ນຳໃຊ້ຈຸດປະສົງປິ່ນປົວສຸຂະພາບ ແລະ ພັກຜ່ອນຫຼືເພື່ອການທ່ອງ
ທ່ຽວທຳມະຊາດເພື່ອຄວາມສຸກຂອງຊີວິດມະນຸດ.
ຄວາມໝາຍສຳຄັນດ້ານການສຶກສາທຳມະຊາດການສຶກສາເຫັນວ່າມີຄວາມສຳຄັນຢ່າງຫຼວງຫຼາຍໃນການເອື້ອ
ເຟື້ອໃນການຮັກສາທຳມະຊາດ.ຄວາມຊີ້ນເຄີຍໃນການປະພຶດທີ່ດີ,ການກະທຳເພື່ອຄວາມຍືນຍົງຂອງ
ສີ່ງທີ່ມີຊີວິດ.ໄດ້ມີຄວາມສຳຄັນຢ່າງຫຼວງຫຼາຍຕໍ່ທຸກລະບົບໃນການສ້າງສັງຄົມຍຸກໃໝ່ຈະເປັນຜູ້ສືບທອດ
ໃນສັງຄົມຄວາມຕ້ອງການທາງດ້ານຈິດໃຈຂອງມະນຸດໄດ້ຕິດພັນຢ່າງສະໜິດແໜ້ນກັບການຂະຫຍາຍຕົວ
ທາງດ້ານຄວາມຮູ້ສຶກແລະຄວາມຮັບຮູ້ຕໍ່ຄວາມສວຍສົດງົດງາມຂອງທຳມະຊາດບໍ່ມີທີ່ສີ້ນສຸດ.
ຄວາມສຳຄັນທາງດ້ານສິລະປະທຳມະຊາດເວເລໃດມັນກໍ່ເປິນສີ່ງສະທ້ອນໃຫ້ຄວາມຮູ້ສຶກໃນການເສກສັນປັ້ນແຕ່ງ,ເປັນ
ຕົ້ນກຳເນີດດ້ານວັນນະຄະດີໃນແຕ່ຍຸກສະໄໝການຄົ້ນຕົວຂອງມະນຸດໃນບົດປະພັນທີ່ດີ
ໄດ້ພັນະນາເຖິງພາບທຳມະຊາດເຊິ່ງມີຄວາມງາມທາງທຳມະຊາດໄດ້ປຸກລະດົມໃຫ້ຄົນໄດ້ມີຄວາມຮັບຮູ້
ມີຄວາມຮູ້ສຶກ ແລະ ມີລົດຊາດແຫ່ງຄວາມຮັກມັກ.
ການສຶກສາອະນຸລັກທຳມະຊາດໄດ້ເຂົ້າໃຈຕໍ່ທຳມະຊາດຄືລະບົບລວມອັນໜຶ່ງອັນດຽວແລະມີການພົວພັນເຊິ່ງກັນ
ແລະກັນລະຫວ່າງທຳມະຊາດແລະສັງຄົມມະນຸດການຮັບຮູ້ຄວາມຕ້ອງການເພຶ່ອຄວາມຄົງຕົວ
ຂອງຊີວິດໂດຍສອດຄວາມຈ້ອງການຂອງມະນຸດເຂົ້າກັບກົດເກນ.ທາງຊີວະວິທະຍາມັນໄດ້ຮຽກຮ້ອງໃຫ້ມີ
ເງື່ອນໄຂໃນການນຳໃຊ້ຄວາມຮັ່ງມີ.ທາງທຳມະຊາດຢ່າງສົມເຫດສົມຜົນ,ເພື່ອຈຸດປະສົງໃນການດຳລົງຊີວິດ
ແລະສຸຂະພາບຂອງມະນຸດ.

ລະບົບນິເວດຫຼືສິ່ງແວດລ້ອມທຳມະຊາດນັບມື້ນັບຖືກທຳລາຍຈາກການກະທຳຂອງມະນຸດ.ດ້ວຍວິທະຍາສາດ
ເຕັກນິກທີ່ທັນສະໄໝເພື່ອສະໜອງຄວາມຕ້ອງການຕ່າງໆ,ແຕ່ຂາດການພິຈາລະນະເປັນການນຳໃຊ້
ສົມເຫດສົມຜົນມີການທຳລາຍສິ່ງແວດລ້ອມ.ກໍ່ຄືການທຳລາຍລະບົບນິເວດ ເຊິ່ງໃນນັ້ນມີການທຳລາຍສະພາບ
ພູມອາກາດອັນເຮັດໃຫ້ພູມອາກາດຂອງໂລກຮ້ອນຂຶ້ນທົ່ວຜ່ານມາທຳລາຍທີ່ດິນທຳມະຊາດປ່າໄມ້ແລະຄວາມອຸ
ດົມສົມບູນທາງດ້ານຊີວະນາໆພັນຖືກຫຼຸດລົງຢ່າງໄວວາມີປະກົດການໄຟພິບັດເກີດຂຶ້ນຢ່າງຮຸ່ນແຮງໃນທ້າຍສະ
ຕະວັດທີ່ 20 ແລະທີ່ 21 ມີລົມພາຍຸ,ໄຟນ້ຳຖ່ວມແລະແຫ່ງແລ້ງແຜ່ນດິນໄຫວ ພູໄຟມີການລົ່ມຂອງໜ້າດິນ
ມີສັດຕູພຶດ.ບົ້ງແມ້ງໄມ້ແລະເຊື້ອໂລກຕ່າງໆ…ເກີດຂຶ້ນອັນເຮັດໃຫ້ມີຄວາມທຸກຈົນຂອງມະນຸດເຮົາຢ່າງຫຼວງ
ຫຼາຍເຊັ່ນຂາດອາກາດ,ທີ່ຍູອາໃສ່,ໂອກາດໃນການສຶກສາ,ຂາດການທຳມາຫາກິນ,ຂາດວຽກງານທຳແລະ
ການພັດທະນາຕົນເອງ.ເຊິ່ງເປັນບັນຫາວິກິດການອັນໄຫຍ່ຫຼວງທາງດ້ານສິ່ງແວດລ້ອມ.ດັ່ງນັ້ນການສຶກສາຮຽນຮູ້ເຖິງສິ່ງ
ການພັດທະນາຕົນເອງ.ເຊິ່ງເປັນບັນຫາວິກິດການອັນໄຫຍ່ຫຼວງທາງດ້ານສິ່ງແວດລ້ອມ.ດັ່ງນັ້ນການສຶກສາຮຽນຮູ້ເຖິງສິ່ງ
ແວດລ້ອມເພຶ່ອການນຳໃຊ້ສົມເຫດສົມຜົນແລະມີວິທີການປ້ອງກັນຄວາມສູນເສຍຂອງສິ່ງແວດລ້ອມເພຶ່ອພັດ
ທະນາທີ່ຢືນຍຸງນັ້ນຈຶ່ງມີຄວາມສຳຄັນຢ່າງຫຼວງຫຼາຍໃນການພັດທະນາຊັບພະຍາກອນມະນຸດຂອງຊາດ.ໂດຍ
ສະເພາະຕໍ່ຜູ້ເກີດໃໝ່ໃຫຍ່ລຸ້ນເມຶ່ອເປັນພົນລະເມືອງທີດີຂອງສັງຄົມ.
ສະເພາະຕໍ່ຜູ້ເກີດໃໝ່ໃຫຍ່ລຸ້ນເມຶ່ອເປັນພົນລະເມືອງທີດີຂອງສັງຄົມ.
No comments :
Post a Comment