2/22/2014

ວິຊາ ການເມືອງ2

ວິຊາ: ການເມືອງ2
ບົດທີ1
ການຜະລິດ ແລະ ບົດບາດຂອງມັນ


1. ບົດບາດແລະຄຸນປະໂຫຍດຂອງການອອກແຮງງານ.
ບົດບາດຂອງການອອກແຮງງານມີບົດບາດອັນໃຫຍ່ຫລງຕໍ່ການຂະຫຍາຍຕົວຂອງສັງຄົມຈາກນີ້ປະ
ມານສອງຫາສາມພັນລານປີກອ່ນຄສ .ເຊິງເຫັນໃນປະຫວັດສາດໄດ້ເຮັດໄຫ້ທະນີຄົນໂດຍ
ຜ່ານຂະບວນວິວັນການອອກ ແຮງງານດວ້ຍຕີນມື ເຊິ່ງເຮັດໃຫ້ສະໝອງຂອງທະນີຄົນໂດຍ
ມີສຽງ:ສຳນຽງແລະຈັງຫວະ .ຢູໃນໄລຍະນີ້ບັນດາອະໄວຍະວະກຽວກັບພາສາເວ້າກໍ່ເລີ່ມຕົນມີຂຶ້ນ
ມັນໄດ້ສົ່ງຜົນສະທ້ອນເຖິງສະໝອງເຮັດໃຫ້ສະໝອງທະນີຄົນຄອ່ຍໆປຽນແປງເປັນສະໝອງຂອງຄົນ
ໃນສະໄໝປະຈຸບັນ.
ຢູໃນປະຫັວດສາດດັ່ງກ່າວໄດ້ຢັງຢືນເຖິງບາດກາ້ວການຫັນປຽນອັນຫຍີງໄຫ່ຍໃນການຂະຫຍາຍຕົວ
ຂອງຂອງໂລກທຳມະຊາດ ມາເປັນຄົນແລະເປັນສັງຄົມມະນຸດໃນປະຈຸບັນ.
ເພື່ອເປັນການຢັງຢືນເຖິງຄວາມແຕກຕ່າໆລະຫວ່າງທະນີຄົນກັບມະນຸດນັ້ນ .ທ່ານອັງແກ່ນໄດ້ກາ່ວໄວ້
ວ່າ: ຈຸດພິເສດໃດທີ່ໃຫຈຳແນກໄດ້ວ່າທະນີຄົນກັບ ມະນຸດ?ນັ້ນ

ແມ່ນການອອກແຮງງານ ແລະການອອກແຮງງານນັ້ນແມ່ນເລີ່ມແຕ່ການຜະເຄື່ອງ ມືໃນສັງຄົມດິກດຳບັນໄດ້ເລີ່ມມີຂຶ້ນ ແມ່ນສັງຄົມປະຖົມບູຮານ.
1.  ຄຸນປະໂຫຍດການອອກແຮງງານ.
ໃນການດຳລົງຊີວິດຂອງຄົນເຮົາ ພື້ນຖານສຳຄັນທີສຸດແມ່ນເລີ່ມຈາກການຜະລິດບັນດາວັດຖຸສິ່ງ ຂອງຕ່າງໆເພື່ອຊົມໃຊ້ ແລະ ຮັບໃຊ້ສັງຄົມ. ສິ່ງເລົ່ານັ້ນລ້ວນແຕ່ອອກມາຈາກການອອກແຮງງານດັ່ງນັ້ນຈຶ່ງເວົ້າໄດ້ວ່າ: ການອອກແຮງງານ ແມ່ນມີກຽດສະຫງ່າງາມເພາະມັນເປັນເງື່ອນໄຂອັນຈຳເປັນທີ່ສຸດໃນການດຳລົງຊີວິດຂອງສັງຄົມ ການອອກແຮງງານ ຂອງຄົນບໍ່ພຽງແຕ່ ດັດແປງທາງທຳມະຊາດມາຮັບໃຊ້ ຊີວິດການເປັນຢູ່ ຂອງຄົນເທົ່ານັ້ນ. ແຕ່ມັນຍັງໄດ້ເຕົ້າໂຮມເອົາບັນດາຄວາມຮູ້,ບັນດາບົດຮຽນ ແລະ ຍົກລະດັບບັນດາວິຊາສະເພາະ
ຂອງຄົນເຮົາໃຫ້ດີຂື້ນໆ.ທ່ານກາກມາກໄດ້ໃຫ້ຄຳເຫັນ: ຄົນເຮົາຈະດຳລົງຊີວິດຢູ່ໄດ້ກ່ອນອື່ນໝົດຕ້ອງອິງໃສ່ປັດໃຈສີ່ ທີ່ຄົນເຮົາຕ້ອງຂາດບໍ່ໄດ້ເຊັ່ນ: ທີ່ຢູ່ອາໃສ, ອາຫານການກິນ, ເຄື່ອງນຸ່ງຫົ່ມ, ແລະ ຢາປົວພະຍາດ ແລະ ບັນປັດໃຈອື່ນໆອີກ.ແຕ່ຄົນເຮົາຢາກມີສິ່ງເຫຼົ່ານັ້ນກ່ອນອື່ນໝົດ ຄົນເຮົາຕ້ອງໄດ້ຜ່ານການຜະລິດບັນດາ ວັດຖຸສິ່ງຂອງ ຕ່າງໆໃນການດຳລົງຊີວິດຂອງມະນຸດ ແລະ ຊີວິດສັງຄົມອີກດ້ວຍ ແລະ ພາໃຫ້ສັງຄົມຂະຫຍາຍ ຕົວກ້າວໜ້າຂື້ນໄປເລື່ອຍໆ.
. ການອອກ ແຮງງານ ແລະບັນດາປັດໃຈຂອງການອອກແຮງງານ.
1. ການອອກ ແຮງງານແມ່ນຫຍັງ?ການອອກແຮງງານແມ່ນການເຄື່ອນໄຫວທີ່ມີຈຸດປະສົງມີສະຕິບັນດາສິ່ງເຫຼົ່ານີ້ໄດ້ເຮັດໃຫ້ການຜັນປ່ຽນຂອງວັດຖຸໃນທຳມະຊາດໃຫ້ກາຍເປັນຜະລິດຕະພັນຕ່າງໆ ເຊິ່ງສາມາດຕອບສະໜອງຕາມຄວາມຕ້ອງການຂອງຄົນຢູ່ໃນສັງຄົມ.
ຕົວຢ່າງ: ນາຍຊ່າງເຮັດເຮືອນ,ຊ່າງຕໍ່າແຜ່ນ, ຊ່າງເສີມສວຍ ແລະ ບັນດາອື່ນໆອີກທັງໝົດເຫຼົ່ານີ້. ກໍ່ລ້ວນແຕ່ການທຸ່ມເທເຫື່ອແຮງສະຕິປັນຍາຫົວຄິດປະດິດສ້າງ,ຄວາມສຳນິສຳນານຂອງຕົນໂດຍການນຳໃຊ້ພາຫະນະການອອກແຮງງານທີ່ເໝາະສົມກະທົບໃສ່ ເປົ່າໝາຍເພື່ອຜັນປ່ຽນຮູບຊົງເດີມການເປັນຜະລິດຕະພັນຕາມແບບທີ່ຕ້ອງການ.
2. ປັດໃຈພື້ນຖານຂອງການອອກແຮງງານ.
ຂະບວນວິວັດແຫ່ງການຜະລິດຕ້ອງມີສາມປັດໃຈພື້ອນຖານດັ່ງນີ້: ແຮງງານ, ເປົ່າໝາຍການອອກແຮງງານ ແລະ ພາຫະການອອກແຮງງານ.
2.1.  ແຮງງານແມ່ນຫຍັງ?
ແຮງງານແມ່ນການສັງລວມຄວາມສາມາດທັງໝົດທາງດ້ານຮ່າງກາຍ ແລະ ມັນສະໝອງຂອງຄົນດ້ວຍ

ການນຳໃຊ້ພາຫະນະການຜະລິດກະທົບໃສ່ເປົ້າໝາຍ.
ດັ່ງນັ້ນ. ແຮງແມ່ນໝາຍເຖິງການເຄື່ອນໄຫວຂອງຄົນໃຊ້ກຳລັງວັງຊາ ສະຕິປັນຍາ,ບົດຮຽນ
ແລະຄວາມຊຳນິຊຳນານຂອງຕົນເຂົ້າໃນການອອກແຮງງານ. ໃນເວລາດຳເນີນການຜະລິດວັດຖຸສິ່ງຂອງ
ຄົນເຮົາຍ່ອມຮູ້ກົນເກນທຳມະຊາດ ແລະ ການເຄື່ອນໄຫວໃຫ້ສອດຄ່ອງກັບກົດເກນດັ່ງກ່າວເພື່ອນນຳ

ໃຊ້ທຳມະຊາດ ມາຮັບໃຊ້ຊີວິດການເປັນຢູ່ຂອງຕົນໝາຍຄວາມວ່າຄົນເຮົາໃຫ້ແຮງງານກະທົບໃສ່ເປົ້າ ໝາຍຕ່າງໆ ຂອງການອອກແຮງງານນັ້ນ ຈຶ່ງສາມາດຜະລິດວັດຖຸສິ່ງຂອງອອກມາໄດ້.
2.2. ເປົ້າໝາຍຂອງການອອກແຮງງານ.
ເປົ້າໝາຍການອອກແຮງງານແມ່ນສິ່ງທີ່ຄົນເຮົາໃຊ້ກຳລັງແຮງງານກະທົບໃສ່ເວລາອອກແຮງງານເພື່ອ ຜັນປ່ຽນມາເປັນຜະລິດຕະພັນຕາມຄວາມຕ້ອງການ ເປົ້າໝາຍການອອກແຮງງານແບ່ງອອກເປັນ 2 ປະເພດຄື:
-      ແມ່ນ ຊັບພະຍາກອນທຳມະຊາດໄດ້ແກ່: ທີ່ດິນ, ນ້ຳ, ແຮ່ທາດ
-      ແມ່ນ ວັດຖຸເຄິ່ງສຳເລັດຮູບໄດ້ແກ່: ໄມ້ແປຮູບ,ເສັ້ນຝ່າຍ,ຜ້າແພເຊິ່ງສິ່ງເຫຼົ່ານັ້ນຍັງຮຽກວ່າວັດຖຸດິບ
2.3.  ພາຫະນະການອອກແຮງງານ.
ພາຫະນະການອອກແຮງງານແມ່ນ ວັດຖຸທັງໝົດທີ່ຄົນເຮົາໃຊ້ເປັນເຄື່ອງມືກະທົບໃສ່ການອອກແຮງ ງານເພື່ອຜະລິດວັດຖຸສິ່ງຂອງ ພາຫະນະການອອກແຮງງານມີສອງລັກສະນະຄື:
-      ແມ່ນເຄື່ອງມື, ເຄື່ອງຈັກ ແລະ ພາຫະນະຕ່າງໆ
-      ແມ່ນພາຫະນະເກັບມ້ຽນເຊັ່ນ: ອາຄານ, ເສັ້ນທາງ,ແມ່ນ້ຳ,ສາງ,ສາຍໄຟ,ເໝືອງ,ຝາຍ,ແລະອື່ນໆ
ລະດັບການຂະຫຍາຍຕົວຂອງເຄື່ອງມື ການອອກແຮງງານເປັນໄມ້ຫຼາວັດແທກລະດັບການຂະຫຍາຍ ຕົວຂອງການຜະລິດສັງຄົມ. ສະນັ້ນ ທ່ານກາກມາກໄດ້ຂຽນວ່າ: ບັນດສຍົກສະໄໝເສດຖະກິດຕ່າງ

ກັນ,ບໍ່ແມ່ນຢູ່ບ່ອນວ່າມັນຜະລິດຫຍັງແຕ່ຫາກແມ່ນວ່າຜະລິດດ້ວຍວິທີໃດ,ດ້ວຍພາຫະນະການອອກ ແຮງງານອັນໃດ
ພາຫະນະການອອກແຮງງານ ແລະ ເປົ້າໝາຍການອອກແຮງງານປະກອບເຂົ້າເປັນພາຫະນະ

ການຜະລິດ. ໃນການອອກແຮງງານຂອງມະນຸດເປັນປັດໃຈຕັດສິນ.
ຄຳຖາມ
1. ການອອກແຮງງານມີບົດບາດແນວໃດ?
2.  ການອອກແຮງງານມີບົດບາດແນວໃດ?
3. ການອອກແຮງງານແມ່ນຫຍັງ?
4. ປັດໃຈຕ່າງໆ ຂອງການອອກແຮງງານມີອັນໃດແດ່? ແຕ່ລະອັນແມ່ນແນວໃດ ?

No comments :

Post a Comment