2/22/2014

ວິຊາ ການເມືອງ2

ວິຊາ: ການເມືອງ2


ບົດທີ 2
ແບບວິທີການຜະລິດ

1. ຄວາມສຳນຶກ

 ແບບວິທີການຜະລິດ.
ແມ່ນຄວາມເປັນເອກະພາບຕົວຈິງທາງປະຫວັດສາດຂອງກຳລັງການຜະລິດກັບການພົວພັນການຜະລິດ ຊຶ່ງກຳນົດບົນພື້ນຖານໂດຍເສດຖະກິດຂອງສັງຄົມມະນຸດ. ດັ່ງນັ້ນ, ແບບວິທີການຜະລິດປະກອບດ້ວຍ

ກຳລັງການຜະລິດ ແລະ ການພົວພັນການຜະລິດ.
1.1.    ກຳລັງການຜະລິດ.
ກຳລັງການຜະລິດແມ່ນການພົວພັນຄົນກັບທຳມະຊາດໃນຂະບວນວິວັດແຫ່ງການຜະລິດກຳລັງການຜະລິດປະກອບດ້ວຍກຳລັງແຮງງານ. ພາຫະນະການອອກແຮງງານ ແລະ ເປົ້າໝາຍການອອກແຮງງານປັດ
ໃຈດັ່ງກ່າວນັ້ນມີການພົວພັນກັນຢ່າງສັດຈະວິພາກ. ໃນນັ້ນກຳລັງແຮງງານມີບົດບາດຕັດສິນ, ຍ້ອນວ່າ

ຄົນເປັນຜູ້ປະດິດສ້າງພາຫະນະການຜະລິດ(ເຄື່ອງມືອອກແຮງງານ)
1.2.    ການພົວພັນການຜະລິດ.
ການພົວພັນການຜະລິດແມ່ນການພົວພັນລະຫວ່າງຄົນກັບຄົນໃນຂະບວນວິວັດແຫ່ງການຜະລິດ ທ່ານກາກມາກເວົ້າວ່າ: ຄົນເຮົາທຳການຜະລິດໄດ້ກໍ່ຕໍ່ເມື່ອມີການຮ່ວມມືກັນຕາມວິທີໃດໜຶ່ງ ແລະ ເຄືອນໄຫວແລກປ່ຽນນຳກັນ.ຢາກທຳການຜະລິດໄດ້ຄົນເຮົາຕ້ອງມີບັນດາສາຍພົວພັນນຳກັນ ແລະ ພຽງແຕ່ຂອບເຂດໃນດ້ານສາຍພົວພັນ ແລະ ການສາຍພົວພັນທາງສັງຄົມດັ່ງກ່າວຈຶ່ງມີການກະທົບໃສ່

ທຳມະຊາດເພື່ອທຳການຜະລິດໄດ້ ການພົວພັນການຜະລິດມີ 3 ປັດໃຈ:
-      ກຳມະສິດກ່ຽວກັບພາຫະນະການຜະລິດ.
-      ຖານະໃນການຈັດຕັ້ງ ແລະ ການຄຸ້ມຄອງການຜະລິດ.
-      ການແບ່ງປັນແຈກຢາຍຜະລິດຕະພັນ.
. ກຳມະສິດກ່ຽວກັບພາຫະນະການຜະລິດ: ແມ່ນການເປັນເຈົ້າຂອງພາຫະນະການຜະລິດເຊັ່ນ: ດິນ,
ຫ້ວຍນ້ຳ,ໂຮງຈັກ,ໂຮງງານຖ້າວ່າສິ່ງດັ່ງກ່າວນັ້ນເປັນຂອງລັດ.ລວມໝູ່ ກໍ່ມີການພົວພັນແບບຮ່ວມມື
ກົງກັນຂ້າມຖ້າວ່າກຳມະສິດກ່ຽວກັບພາຫະນະການຜະລິດຫາກເປັນຂອງບຸກຄົນການພົວພັນການຜະ

ລິດກໍ່ເປັນເອກກະຊົນ.
. ຖານະໃນການຈັດຕັ້ງ ແລະ ຄຸ້ມຄອງການຜະລິດ: ແມ່ນການພົວພັນລະຫວ່າງຄົນກັບຄົນໃນການ ເຄື່ອນໄຫວຈັດຕັ້ງຄຸ້ມຄອງການຜະລິດ.ຜູ້ໃດເປັນກຳມະສິດໃນການຈັດຕ້ັ້ງຄຸ້ມຄອງການຜະລິດ.
. ການແບ່ງປັນແຈກຢາຍຜະລິດຕະພັນ: ແມ່ນການແບ່ງປັນການຜະລິດໃນສັງຄົມພື້ນຖານກຳມະສິດ ຕໍ່ພາຫະນະການຜະລິດ.
2ການພົວພັນລະຫວ່າງກຳລັງການຜະລິດກັບການພົວພັນການຜະລິດ.
ກຳລັງການຜະລິດ ແລະ ການພົວພັນການຜະລິດມີສາຍພົວພັນແບບສັດຈະວິພາກຊຶ່ງການເປັນກົດເກນ

ຄື: ການພົວພັນການຜະລິດຕ້ອງສອດຄ່ອງກັບລັກສະນະ ແລະ ລະດັບຂະຫຍາຍຕົວກຳລັງການຜະລິດ
2.1.       ບົດບາດຕັດສິນຂອງກຳລັງການຜະລິດຕໍ່ກັບການພົວພັນການຜະລິດ.
  ກຳລັງການຜະລິດແມ່ນອົງປະກອບໜຶ່ງທີ່ປະຕິບັດກ່ອນອື່ນໝົດຂອງແບບວິທີການຜະລິດ. ຍ້ອນຄົນ ເຮົາໆໄດ້ພັດທະນາ, ຜະລິດເຄື່ອງມືອອກແຮງງານໃໝ່ຂື້ນເລື້ອຍໆ. ພ້ອມທັງສະສົມບົດຮຽນ,ປະສົບ ການໃນການຜະລິດນັບມື້ນັບອຸດົມສົມບູນ.
  ຍ້ອນກຳລັງການຜະລິດຂະຫຍາຍໄປສູ່ລະດັບສູງມັນໄດ້ທັບມ້າງການພົວພັນການຜະລິດເກົ່າໄປສູ່ການ
ພົວພັນການຜະລິດໃໝ່ທຮ່ສອດຄ່ອງກວ່າເກົ່າ. ຈາກນັ້ນຈຶ່ງເວົ້າໄດ້ການຜະລິດມີບົດບາດຕັດສິນກຳລັງການຜະລິດ.

2.2.       ຜົນກະທົບຂອງການພົວພັນການຜະລິດຕໍ່ກັບການຜະລິດ.
ການພົວພັນການຜະລິດມີຄຸນປະໂຫຍດກະທົບຕໍ່ກຳລັງການຜະລິດໃນສອງດ້ານຄື:ດ້ານຕັ້ງໜ້າແລະຍໍ້ທໍ້
-      ເວລາການພົວພັນການຜະລິດຫາກສອດຄ່ອງກັບລັກສະນະ ແລະ ລະດັບການຂະຫຍາຍຕົວຂອງ ກຳລັງການຜະລິດ, ກໍ່ຈະເຮັດໃຫ້ກຳລັງການຜະລິດຂະຫຍາຍຕົວ.
-      ເວລາໃດການພົວພັນການຜະລິດຫາກບໍ່ສອງຄ່ອງກັບລັກສະນະ ແລະ ລະດັບການຂະຫຍາຍຕົວ ຂອງກຳລັງການຜະລິດຈະກົດໜ່ວງການຂະຫຍາຍຕົວກຳລັງການຜະລິດ ແລະ ກ້າວໄປເຖິງການ ທັບມ້າງແບບວິທີການຜະລິດເກົ່າຢ່າງຫຼີກລ້ຽງບໍ່ໄດ້.
         ຂະບວນວິວັດແຫ່ງການຜະລິດຕ້ອງຜ່ານສີ່ຂອດຄື: ຂອດຜະລິດ,ແຈກຍາຍ,ແລກປ່ຽນ,ແລະ ໃຊ້ສອຍ
     ຄຳຖາມ
1.    ກຳລັງການຜະລິດແມ່ນແນວໃດ?
2.    ການພົວພັນການຜະລິດແມ່ນແນວໃດ?
3.    ບົດບາດການຕັດສິນຂອງກຳລັງການຜະລິດຕໍ່ກັບການຜະລິດແມ່ນແນວໃດ?

4.    ຜົນກະທົບຂອງການພົວພັນການຜະລິດຕໍ່ກັບກຳລັງການຜະລິດ ?

No comments :

Post a Comment